ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກໄທ
ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

     ໃນວັນທີ 21 ທັນວາ 2023 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງ
ກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ສຸທິນ ຄລັງແສງ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກ
ໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 21-22 ທັນວາ 2023.

     ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້້ນຢູ່ ກະຊວງປ້ອງກັນປະເທດ, ຈາກນັ້ນ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວ
ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕິລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ສຸທິນ ຄລັງ
ແສງ ພ້ອມດ້ວຍຄະນະ ເຊິ່ງເປັນການເພີ່ມພູນຄູນສ້າງ ການພົວພັນຮ່ວມມື ລະຫວ່າງ ສອງ ກອງທັບ ລາວ-ໄທ, ໄທ-ລາວ ເວົ້້າລວມເວົ້າ
ສະເພາະ ເພື່ອສືບຕໍ່ເພີ່ມທະວີໃນຂົງເຂດວຽກງານຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ , ໄທ-ລາວ ເປັນຕົ້ນການແກ້
ໄຂບັນຫາຢາເສບຕິດ, ບັນຫາການລັກລອບເຂົ້າເມືອງຜິດກົດໝາຍ ແລະ ບັນຫາອື່ນໆ ທີ່ເປັນໜໍ່ແໜງໃນການກໍ່ຄວາມບໍ່ສະຫງົບ, ສ້າງກົນ
ໄກເຂົ້າໃນຂົງເຂດວຽກງານກະສິກຳປູກຟັງ-ລ້ຽງສັດ ລະຫວ່າງສອງກອງທັບ ໃຫ້ເກີດດອກອອກຜົນ ແລະ ພ້ອມດຽວກັນນັ້ນກໍຕ້ອງຮັກສາ
ມູນເຊື້ອ ການໄປ-ມາຫາສູ່່ ຢ່າງເປັນປົກະຕິບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ຈາກນັ້ນ ທ່ານ ສຸທິນ ຄລັງແສງ ກໍໄດ້ສະ
ແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະ
ພາບ ທີ່ດີຕໍ່ກັນທັງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງກອງທັບ ເວົ້າລວມເວົ້າສະເພາະໃນຂົງເຂດວຽກງານຮັກສາ
ຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

     ໃນໂອກາດເດີນທາງມາຢ້ຽມຢາມມິດຕະພາບ ຢູ່ ສປປ ລາວ ຂອງ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແຫ່ງຣາຊະອານາ
ຈັກໄທ ພ້ອມດ້ວຍຄະນະ ຄັ້ງນີ້ຍັງໄດ້ເຂົ້າວາງພວງມາລາຢູ່ ອະນຸສາວະລີນັກຮົບນິລະນາມ (ດາວແດງ).

 

ແຫຼ່ງຂ່າວໂດຍ ສຸເວດ ສີດາຄໍາ
ວັນທີ 26/12/2023